-
1. ໂຄງການສະຫຼອງຄົບຮອບ 30ປີລາວໂທລະຄົມ ແມ່ນຫຍັງ?
ໂຄງການສະຫຼອງຄົບຮອບ 30ປີ ລາວໂທລະຄົມ ໂດຍຜ່ານບໍລິການ QUIZY ແມ່ນກິດຈະກໍາພິເສດທີ່ຈັດຂຶ້ນເພື່ອສະຫຼອງຄົບຮອບ 30ປີຂອງລາວໂທລະຄົມ ໂດຍເປີດໂອກາດໃຫ້ຜູ້ໃຊ້ໄດ້ເຂົ້າຮ່ວມແຂ່ງຂັນ ແລະ ລຸ້ນຮັບລາງວັນພິເສດ. ຜູ້ໃຊ້ທຸກຄົນຈະສາມາດເຂົ້າເຖິງຄັງເກມທັງໝົດໃນບໍລິການ QUIZY ລວມທັງໝວດຄໍາຖາມພິເສດທີ່ຈັດຂຶ້ນສໍາລັບໂຄງການສະຫຼອງຄົບຮອບ 30ປີລາວໂທລະຄົມ ໂດຍສະເພາະ. ຜູ້ໃຊ້ທີ່ສະໝັກໃຊ້ບໍລິການ ແລະ ຮັກສາສະຖານະການເປັນສະມາຊິກໄວ້ໂດຍສາມາດຊໍາລະຄ່າບໍລິການໄດ້ຈົນເຖິງສິ້ນສຸດໄລຍະໂຄງການຈະມີສິດເຂົ້າຮ່ວມການແຂ່ງຂັນ ແລະ ລຸ້ນຮັບລາງວັນ.
-
2. ຜູ້ໃຊ້ສາມາດເຂົ້າໃຊ້ບໍລິການ QUIZY ໄດ້ແນວໃດ?
ຜູ້ໃຊ້ສາມາດເຂົ້າໃຊ້ QUIZY ໄດ້ຜ່ານລິ້ງຕໍ່ໄປນີ້: ltc.la.quizy.mobi
-
3. QUIZY ໃຊ້ບໍລິການໂດຍບໍ່ເສຍຄ່າຫຼືບໍ່?
QUIZY ເປັນບໍລິການແບບສະໝັກໃຊ້ງານ (Subscription Service) ໂດຍຜູ້ໃຊ້ສາມາດເຂົ້າເຖິງຄັງເກມທັງໝົດໄດ້ໂດຍການສະໝັກໃຊ້ບໍລິການ ແລະ ຮັກສາສະຖານະສະມາຊິກການໃຊ້ບໍລິການ ໂດຍສາມາດຊໍາລະຄ່າບໍລິການໄດ້ໃນໄລຍະໂຄງການ. ບໍລິການຈະຕໍ່ອາຍຸອັດຕະໂນມັດຕາມແພັກເກດທີ່ຜູ້ໃຊ້ສະໝັກ 1,000 ກີບ/ວັນ.
-
4. ໄລຍະເວລາຂອງໂຄງການແມ່ນເມື່ອໃດ?
ໂຄງການສະຫຼອງຄົບຮອບ 30ປີລາວໂທລະຄົມ ໂດຍຜ່ານບໍລິການ QUIZY ຈະຈັດຂຶ້ນໃນໄລຍະວັນທີ 1 ກັນຍາ ຫາ 31 ຕຸລາ 2026 ຈັດການການແຂ່ງຂັນແບບປະຈໍາອາທິດ ເຊິ່ງຈະມີຜູ້ຊະນະປະຈາອາທິດ ແລະ ຜູ້ຊະນະຂອງໂຄງການ.
-
5. ຜູ້ໃຊ້ຕ້ອງເຮັດແນວໃດຈຶ່ງຈະມີສິດເຂົ້າຮ່ວມແຂ່ງຂັນ?
ຜູ້ໃຊ້ຕ້ອງສະໝັກໃຊ້ບໍລິການ ແລະ ຮັກສາສະຖານະການເປັນສະມາຊິກ ນໍາໃຊ້ບໍລິການ ໂດຍສາມາດຊໍາລະຄ່າບໍລິການໄດ້ຢ່າງຕໍ່ເນື່ອງຈົນສິ້ນສຸດໄລຍະແຂ່ງຂັນ ໃນແຕ່ລະເດືອນ.
-
6. ຜູ້ຊະນະຖືກຄັດເລືອກແນວໃດ?
ຜູ້ເຂົ້າແຂ່ງຂັນຕ້ອງຮ່ວມແຂ່ງຂັນ ໃນໝວດຄໍາຖາມພິເສດ "ໂຄງການສະຫຼອງຄົບຮອບ 30ປີລາວໂທລະຄົມ". ຜູ້ຊະນະປະຈໍາອາທິດ ຄືຜູ້ທີ່ມີຄະແນນສູງສຸດ 3 ອັນດັບ ໃນຕາຕະລາງຄະແນນປະຈໍາອາທິດ. ຜູ້ຊະນະຂອງໂຄງການ ແມ່ນຜູ້ທີ່ມີຄະແນນສະສົມສູງສຸດຕະຫຼອດໄລຍະແຂ່ງຂັນຂອງໂຄງການ.
-
7. ຈະປະກາດຜົນຜູ້ຊະນະເມື່ອໃດ?
ຜົນຜູ້ຊະນະປະຈໍາອາທິດ ຈະປະກາດພາຍໃນວັນທີ 1 – 7 ຫຼັງຈາກສິ້ນສຸດການແຂ່ງຂັນ ໃນແຕ່ລະອາທິດໂດຍ ຜ່ານຊ່ອງທາງການໃຫ້ບໍລິການ QUIZY. ຜົນຜູ້ຊະນະຂອງໂຄງການ ຈະປະກາດພາຍໃນ 1 – 15 ພະຈິກ 2026 ຫຼັງຈາກສິ້ນສຸດໂຄງການ ໂດຍຜ່ານຊ່ອງທາງການໃຫ້ບໍລິການ QUIZY.
-
8. ຜູ້ໃຊ້ສາມາດຍົກເລີກບໍລິການໃນລະຫວ່າງໂຄງການໄດ້ບໍ?
ໄດ້. ແຕ່ຜູ້ໃຊ້ທີ່ຍົກເລີກບໍລິການກ່ອນສິ້ນສຸດໄລຍະການແຂ່ງຂັນ ຈະຖືກຕັດສິດຈາກການຮ່ວມກິດຈະກໍາ.
-
9. ລາງວັນຂອງໂຄງການມີຫຍັງແດ່?
ລາງວັນໃຫຍ່ຂອງໂຄງການ: 1 ລາງວັນ Apple Watch Series 11 (46"). ລາງວັນປະຈໍາອາທິດ: ຈໍານວນ 3 ລາງວັນ/ອາທິດ. ເປັນມູນຄ່າໂທ ຫຼືມູນຄ່າອິນເຕີເນັດ. ລວມ: 100,000 ກີບ/ອາທິດ - ອັນດັບ 1: 50,000 ກີບ - ອັນດັບ 2: 30,000 ກີບ - ອັນດັບ 3: 20,000 ກີບ
-
10. ສາມາດແລກລາງວັນເປັນເງິນສົດ ຫຼືໂອນສິດໃຫ້ຜູ້ອື່ນໄດ້ບໍ?
ບໍ່ໄດ້, ລາງວັນທຸກລາຍການບໍ່ສາມາດໂອນສິດ ຫຼືແລກເປັນເງິນສົດໄດ້.
-
11. ໃຜເປັນຜູ້ຈັດໂຄງການນີ້?
ໂຄງການນີ້ຖືກຈັດຂຶ້ນໂດຍ ລິ້ງອິດລາວ ແລະ ລາວໂທລະຄົມ ໃນຖານະຜູ້ຈັດຫາບໍລິການເກມ ແລະ ຜູ້ໃຫ້ບໍລິການໂທລະຄົມ ຢ່າງເປັນທາງການ.
-
12. ຖ້າຕ້ອງການຂໍ້ມູນເພີ່ມເຕີມ ຄວນຕິດຕໍ່ໃຜ?
ສໍາລັບຂໍ້ມູນເພີ່ມເຕີມ ຜູ້ໃຊ້ສາມາດເຂົ້າເບິ່ງໄດ້ທີ່: ltc.la.quizy.mobi ຫຼືຕິດຕໍ່ຊ່ອງທາງບໍລິການລູກຄ້າຂອງ ລິ້ງອິດລາວ ອີເມວ customer.service@linkit360.com / ໂທ: 020 5849 3038.